ລາວສູນເສຍລາຍຮັບຫລາຍສີບລ້ານໂດລາ ຍ້ອນລາຄາແຮ່ທາດຕົກຕໍ່າ!

ຫົວໜ້າກົມບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ການດຳເນີນທຸລະກິດແຮ່ທາດແມ່ນປະເພດທຸລະກິດທີ່ມີຄວາມສ່ຽງສູງເຊັ່ນ: ສ່ຽງໃນການສຳຫລວດຊອກຫາປະລິມານສະສົມ, ສ່ຽງຕໍ່ຕົ້ນທຶນການຜະລິດ ແລະ ສ່ຽງຕໍ່ການເໜັງຕີງຂອງລາຄາໂລຫະໃນຕະຫລາດໂລກ, ໂດຍສະເພາະ ປັດຈຸບັນລາຄາແຮ່ຄຳ, ທອງ,ເຫລັກ, ກົ່ວ ແລະ ໂປຕາສ ມີທ່າອ່ຽງຫລຸດລົງຫລາຍ ແລະ ຕໍ່ບັນຫາການເໜັງຕີງດ້ານລາຄາດັ່ງກ່າວນັ້ນ, ໄດ້ສົ່ງຜົນສະທ້ອນຕໍ່ການຜະລິດແຮ່ທາດຢູ່ລາວຫລຸດລົງ ແລະ ມີຜົນສະທ້ອນຕໍ່ການເກັບພັນທະຂອງລັດຖະບານເຊັ່ນ: ຄ່າຊັບພະຍາກອນ, ອາກອນກຳໄລ, ເງິນປັນຜົນ, ອາກອນເງິນເດືອນ, ອາກອນລາຍໄດ້ຂອງຜູ້ຮັບເໝົາອື່ນໆຫລຸດລົງຫລາຍ ດັ່ງກໍລະນີປີ 2013 ບໍລິສັດ ລ້ານຊ້າງມີເນໂຣນຈຳກັດ, ໄດ້ຕັດສິນໃຈຢຸດການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຊົ່ວຄາວເພື່ອຮັກສາຕົ້ນທຶນການຜະລິດ ແລະ ປົດພະນັກງານອອກເກືອບ 500 ຄົນ, ສ່ວນກໍລະນີຢູ່ໂຄງການບໍ່ຄໍາ-ທອງເຊໂປນ ແມ່ນລາຍຮັບທາງກົງຂອງລັດຖະບານໃນປີ 2014 ໄດ້ແຕ່ 110 ລ້ານໂດລາສະຫະລັດ, ຖ້າທຽບໃສ່ປີ 2013 ໄດ້ 136 ລ້ານໂດລາສະ ຫະລັດ ແລະ ປີ 2012 ໄດ້ 189 ລ້ານໂດລາສະຫະລັດ, … Continue reading ລາວສູນເສຍລາຍຮັບຫລາຍສີບລ້ານໂດລາ ຍ້ອນລາຄາແຮ່ທາດຕົກຕໍ່າ!